ສິດທິ
ຖານຂໍ້ມູນທາງດ້ານລະບົບຄອມພີວເຕີ ການອອກແບບ ລາຍຜ້າດັ້ງເດີມຂອງຊົນເຜົ່າໂອມາ.
ຮູບພາບທີ່ເຫັນໃນຖານຂໍ້ມູນນີ້ສະແດງໃຫ້ເຫັນເຄື່ອງນຸ່ງທີ່ເປັນມໍລະດົກທາງດ້ານວັດທະນະທຳອັນເປັນມູນເຊື້ອຂອງປະຊາຊົນ ເຜົ່າໂອມາ ບ້ານນານ້ຳ, ສປປ ລາວ, ພ້ອມດ້ວຍຂໍ້ມູນທີ່ກ່ຽວຂ້ອງກັບ ວິທີການໃນການຜະລິດເຄື່ອງນຸ່ງ, ຂອບເຂດ ແລະ ການນຳໃຊ້ຂອງເຄື່ອງນຸ່ງແຕ່ລະຜືນ, ສັນຍາລັກ, ຄວາມສຳຄັນທີ່ກ່ຽວຂ້ອງກັບລາຍຜ້າທີ່ເຮັດດ້ວຍມື.
ຂໍ້ມູນນີ້ໄດ້ຖືກຖ່າຍທອດໂດຍປະຊາຊົນເຜົ່າໂອມາຈາກຫຼຸ້ນສູ່ຫຼຸ້ນ ແລະ ບໍ່ໄດ້ບັນທຶກໄວ້ເປັນເອກະສານໃນລັກສະນະນີ້ມາກ່ອນ. ການບັນທຶກຂໍ້ມູນດ້ວຍລະບົບຄອມພີວເຕີນີ້ແມ່ນການດໍາເນີນການປົກປັກຮັກສາຂໍ້ມູນທາງດ້ານວັດທະນະທຳ ແລະ ຄວາມຫຼາກຫຼາຍຂອງວັດທະນະທຳໃຫ້ມີຄວາມຍືນຍົງ.
ການລວບລວມຂໍ້ມູນທັງໝົດນີ້ເປັນສ່ວນໜຶ່ງຂອງ "ການປົກປ້ອງສິດທິຊັບສິນທາງປັນຍາຂອງຊົນເຜົ່າໂອມາ ໃນ ສປປ ລາວ-ຖານຂໍ້ມູນທາງດ້ານລະບົບຄອມພີວເຕີການອອກແບບລາຍຜ້າດັ້ງເດີມ" ໂຄງການສົ່ງເສີມສິດທິຊັບສິນທາງປັນຍາທາງດ້ານວັດທະນະທຳສະໜອງເຄື່ອງມືສຳລັບຄົນພື້ນເມືອງ, ຊຸມຊົນທ້ອງຖິ່ນ, ຊົນເຜົ່າ ແລະ ກຸ່ມຊົນເຜົ່າທີ່ສົນໃຈໃນການປົກປ້ອງ ແລະ ສົ່ງເສີມຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳຂອງພວກເຂົາ.
ເລືອກຫົວຂໍ້ລຸ່ມນີ້
ເປັນຫຍັງເຄື່ອງມືນີ້ຈຶ່ງສຳຄັນ?ຄວາມຮູ້ພື້ນເມືອງແມ່ນຫຍັງ?
ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳແມ່ນຫຍັງ?
ສິດທິຊັບສິນທາງປັນຍາວັດທະນະທຳແມ່ນຫຍັງ?
ເປັນຫຍັງຕ້ອງສ້າງຖານຂໍ້ມູນ?
ຈຸດປະສົງຂອງຖານຂໍ້ມູນນີ້ແມ່ນຫຍັງ?
ຂອບເຂດຂອງຖານຂໍ້ມູນນີ້ຄືຫຍັງ?
ເນື້ອໃນຂອງຖານຂໍ້ມູນສາມາດນຳໃຊ້ເຂົ້າໃນໂຄງການອື່ນໆໄດ້ແນວໃດ?
ປ້າຍອະທິບາຍຄວາມຮູ້ພື້ນເມືອງແມ່ນຫຍັງ?
Oma Transcription
ເປັນຫຍັງເຄື່ອງມືນີ້ຈຶ່ງສຳຄັນ?
ມາຮອດປັດຈຸບັນ, ຍັງບໍ່ມີກົດໝາຍສາກົນທີ່ຮັບຮອງການປົກປ້ອງທາງກົດໝາຍສຳລັບຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ແລະ ສະໜັບສະໜູນຜູ້ຮັກສາ ແລະ ຜູ້ປົກຄອງຂອງຄວາມຮູ້ ພື້ນເມືອງ ແລະ ການສະແດງອອກມໍລະດົກທາງດ້ານວັດທະນະທຳ. ເຄື່ອງມືຊັບສິນທາງປັນຍາທົ່ວໄປເຊັ່ນ: ລິຂະສິດ©, ເຄື່ອງໝາຍການຄ້າ® ຫຼື ຖິ່ນກຳເນີດ (GI) ແມ່ນຍັງຂາດການຮັບຮອງ ການປົກປ້ອງ ທີ່ພຽງພໍຕໍ່ຄວາມຮູ້ພື້ນເມືອງ ແລະ ການສະແດງ ຄວາມໝາຍມໍລະດົກທາງດ້ານວັດທະນະທຳ .
ໃນຫຼາຍໆປະເທດຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ຖືວ່າເປັນສົມບັດ ສ່ວນໜຶ່ງຂອງມະຫາຊົນ. ນີ້ໝາຍຄວາມວ່າໃນປະເທດເຫຼົ່ານີ້ບໍ່ມີການປົກປ້ອງຄວາມຮູ້ພື້ນເມືອງ ແລະ ການສະແດງ ຄວາມໝາຍມໍລະດົກທາງດ້ານວັດທະນະທຳ ຈາກການນຳໃຊ້ໂດຍບຸກຄົນອື່ນ ແລະ ນິຕິບຸກຄົນລວມທັງການສວຍໃຊ້ ປະໂຫຍດທາງການຄ້າ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ໃຫ້ສິ່ງຕອບແທນແກ່ຊຸມຊົນເລີຍ.
ການປົກປ້ອງຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ຮຽກຮ້ອງໃຫ້ມີວິທີການ ແກ້ໄຂທີ່ມີວິໄສທັດສອດຄ່ອງວັດທະນະທຳ, ປະຫວັດສາດ, ຮີດຄອງປະເພນີ ແລະ ສະໜອງຜົນປະໂຫຍດແກ່ຊຸມຊົນ. ບາງປະເທດ ທົ່ວໂລກໄດ້ຮັບຮອງເອົາກົດໝາຍສະເພາະໃນຂົງເຂດນີ້ (ນິຕິບັນຍັດ sui-generis) ແນະນຳບັນດາຂໍ້ກຳນົດ ທີ່ກ່ຽວຂ້ອງກັບການສວຍໃຊ້ປະໂຫຍດທາງການຄ້າ ຈາກຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກ ທາງດ້ານວັດທະນະທຳ ໂດຍບຸກຄົນທີ່ສາມ ຫຼື ປ້ອງກັນການນຳໃຊ້ທີ່ບໍ່ເໝາະສົມທີ່ກໍ່ໃຫ້ເກີດຄວາມເສື່ອມເສຍທາງດ້ານວັດທະນະທຳ ແລະ ທາງດ້ານຈິດໃຈ.
ຄວາມຮູ້ພື້ນເມືອງແມ່ນຫຍັງ?
ອີງຕາມ ອົງການຊັບສິນທາງປັນຍາໂລກ (WIPO) ຄວາມຮູ້ພື້ນເມືອງ ເປັນອົງຄວາມຮູ້ທີ່ມີຊີວິດເຊິ່ງໄດ້ຮັບການພັດທະນາ, ຍືນຍົງ ແລະ ຖ່າຍທອດຈາກຫຼຸ້ນສູ່ຫຼຸ້ນພາຍໃນຊຸມຊົນເຊິ່ງມັກຈະເປັນສ່ວນໜຶ່ງ ຂອງເອກະລັກວັດທະນະທຳ. ຄວາມຮູ້ພື້ນເມືອງ ປະກອບມີ: ພູມປັນຍາ/ຄວາມຮູ້, ວິທີການ, ທັກສະ, ການປະດິດຄິດສ້າງ ແລະ ການປະຕິບັດທີ່ຖືກຖ່າຍທອດ ຈາກຫຼຸ້ນສູ່ຫຼຸ້ນ.
ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳແມ່ນຫຍັງ?
ອີງຕາມອົງການຊັບສິນທາງປັນຍາໂລກ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ເປັນຮູບແບບທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ ເຊິ່ງຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ເປັນການສື່ສານ ຫຼື ເປັນການສະແດງອອກ.
ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ທີ່ເປັນວັດຖຸປະກອບມີ: ເຄື່ອງປະດັບ, ເຄື່ອງນຸ່ງແບບດັ້ງເດີມ, ເຄື່ອງປະດັບຫົວ, ເຄື່ອງປັ້ນດິນເຜົາ, ຜ້າແພສຳລັບຕົກແຕ່ງພາຍໃນເຮືອນ, ແກະສະຫຼັກໄມ້, ເຄື່ອງດົນຕີ, ຮູບແບບຂອງ ສະຖາປັດຕະຍະກຳ. ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ທີ່ບໍ່ເປັນວັດຖຸປະກອບມີ: ເພງ, ການຟ້ອນລຳ, ພິທີກຳ, ການເລົ່ານິທານ, ວິທີການປຸງແຕ່ງອາຫານ, ຄຳເວົ້າ, ການອອກແບບ ແລະ ຊື່.
ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ກຳລັງມີການພັດທະນາ, ສ້າງຂຶ້ນໃໝ່ ແລະ ຟື້ນຟູຄືນໃໝ່ ພາຍໃນຊຸມຊົນຢ່າງຕໍ່ເນື່ອງ. ການສະແດງອອກທາງດ້ານວັດທະນະທຳເປັນສ່ວນໜຶ່ງຂອງເອກະລັກ ແລະ ມໍລະດົກຂອງ ຄົນພື້ນເມືອງ, ຊຸມຊົນ, ຊົນເຜົ່າ ທີ່ໄດ້ສືບທອດກັນມາຈາກຫຼຸ້ນສູ່ຫຼຸ້ນ.
ສິດທິຊັບສິນທາງປັນຍາວັດທະນະທຳແມ່ນຫຍັງ?
ສິດທິຊັບສິນທາງປັນຍາວັດທະນະທຳ (CIPR) ໝາຍເຖິງສິດປະເພດໃໝ່ທີ່ກ່ຽວຂ້ອງກັບຄວາມຮູ້ພື້ນເມືອງ ແລະ ການສະແດງອອກທາງດ້ານມໍລະດົກວັດທະນະທຳ. ນີ້ແມ່ນຄຳສັບທີ່ນຳສະເໝີ ແລະ ສົ່ງເສີມໂດຍ ອົງການສິດທິຊັບສິນທາງປັນຍາ ທາງດ້ານວັດທະນະທຳ® ເພື່ອເນັ້ນໜັກເຖິງຄວາມຈຳເປັນຂອງກອບກົດໝາຍທີ່ອຸທິດຕົນ ແລະ ເພື່ອທ້າທາຍຂອບເຂດຈຳກັດຂອງສົມບັດມະຫາຊົນ. ສິດທິຊັບສິນທາງປັນຍາວັດທະນະທຳແມ່ນມີຄວາມໝາຍທີ່ຈະໄດ້ຮັບການຍອມຮັບ ຕໍ່ຄົນພື້ນເມືອງ, ຊຸມຊົນທ້ອງຖິ່ນ, ຊົນເຜົ່າ ແລະ ກຸ່ມຊົນເຜົ່າທີ່ເຮັດໜ້າທີ່ເປັນຜູ້ປົກປັກຮັກສາແລະຜູ້ປົກຄອງຂອງ ຄວາມຮູ້ພື້ນເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ແລະ ໃຫ້ການປົກປ້ອງທາງກົດໝາຍ ຕໍ່ການນຳໃຊ້ໃນທາງທີ່ຜິດໃນໄລຍະເວລາທີ່ບໍ່ມີກຳນົດ.
ເປັນຫຍັງຕ້ອງສ້າງຖານຂໍ້ມູນ?
ການອອກແບບ ແບບດັ້ງເດີມແມ່ນການສະແດງອອກທາງດ້ານວັດທະນະທຳ. ເນື່ອງຈາກວ່າບໍ່ມີເຄື່ອງມືທາງດ້ານ ກົດໝາຍພຽງພໍໃນການປົກປ້ອງການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ, ການອອກແບບ ແບບດັ້ງເດີມມັກຈະຖືກລອກແບບ ແລະ ສວຍໃຊ້ປະໂຫຍດໂດຍບຸກຄົນທີ່ສາມ.
ຖານຂໍ້ມູນທາງດ້ານລະບົບຄອມພີວເຕີການອອກແບບລາຍຜ້າດັ້ງເດີມນີ້ (ຕໍ່ໄປນີ້ເອີ້ນວ່າ: ຖານຂໍ້ມູນ) ສະແດງເຖິງບາດກ້າວທຳອິດເພື່ອຮັບປະກັນການປົກປ້ອງສິດທິຊັບສິນທາງປັນຍາຂອງຊົນເຜົ່າໂອມາ ບ້ານ ນານ້ຳໃນ ສປປ ລາວ, ເນື່ອງ ຈາກວ່າການເລືອກ ແລະ ການຈັດແຈງເນື້ອຫາຕົ້ນສະບັບຖານຂໍ້ມູນນີ້ຈຶ່ງຖືກປົກປ້ອງໂດຍລິຂະສິດພາຍໃຕ້ສົນທິສັນຍາ ຂອງນະຄອນຫຼວງເບີນ.
ຖານຂໍ້ມູນນີ້ໄດ້ສ້າງຂຶ້ນຮ່ວມກັບ ເຜົ່າໂອມາ ບ້ານນານ້ຳ ເພື່ອເປັນເຄື່ອງມືໃນການປົກປ້ອງຄວາມຮູ້ພື້ນເມືອງ ແລະ ການສະແດງອອກທາງດ້ານວັດທະນະທຳຂອງເຂົາເຈົ້າ. ພວກເຂົາຈະເປັນຜູ້ ປົກປັກຮັກສາມັນ ແລະ ເປັນຊົນເຜົ່າດຽວທີ່ ສາມາດຄວບຄຸມການເຂົ້າເຖິງ ແລະ ນຳໃຊ້ມໍລະດົກຂອງເຂົາເຈົ້າເອງ.
ຈຸດປະສົງຂອງຖານຂໍ້ມູນນີ້ແມ່ນຫຍັງ?
ຖານຂໍ້ມູນນີ້ຖືກສ້າງຂຶ້ນເພື່ອປະກອບສ່ວນເຂົ້າໃນຄວາມໝັ້ນຄົງ, ການພັດທະນາແບບຍືນຍົງ ແລະ ຄວາມເຂັ້ມແຂງທາງວັດທະນະທຳຂອງເຜົ່າໂອມາໃນ ສປປ ລາວ.
ຖານຂໍ້ມູນນີ້ເຮັດໜ້າທີ່ເປັນສູນຂໍ້ມູນເພື່ອສຶກສາຄວາມຮູ້ກ່ຽວກັບການສະແດງອອກທາງດ້ານວັດທະນະທຳ ແລະ ຄວາມຮູ້ພື້ນເມືອງທີ່ກ່ຽວຂ້ອງຂອງເຜົ່າໂອມາເພື່ອປະໂຫຍດຕໍ່ໄປນີ້:
- ຊ່ວຍປ້ອງກັນການອ້າງຂໍ້ມູນທີ່ບໍ່ຖືກຕ້ອງ ຫຼື ຜິດຈາກຄວາມຈິງ ແລະ ແຫຼ່ງທີ່ມາຂອງຂໍ້ມູນໂດຍບຸກຄົນທີ່ສາມ ບໍ່ໄດ້ອ້າງອີງວ່າເຜົ່າໂອມາວ່າເປັນແຫຼ່ງຂໍ້ມູນຕົ້ນ.
- ຊ່ວຍປ້ອງກັນ ແລະ ກຳຈັດການນຳໃຊ້ທີ່ບໍ່ຖືກຕ້ອງ, ການສະແຫວງຫາຜົນປະໂຫຍດໂດຍບໍ່ໄດ້ຮັບ ອະນຸຍາດ, ການນຳໃຊ້ ແລະ ການລ່ວງລະເມີດທີ່ຜິດກົດໝາຍພ້ອມທັງການນຳໃຊ້ການສະແດງອອກທາງດ້ານວັດທະນະທຳ ແລະ ຄວາມຮູ້ພື້ນເມືອງທີ່ບໍ່ຍຸດຕິທຳ ແລະ ບໍ່ສະເໝີພາບທີ່ກ່ຽວຂ້ອງ ກັບເຜົ່າໂອມາໃນ ສປປ ລາວ.
- ສ້າງໂອກາດທາງການຄ້າ ແລະ ການພັດທະນາເສດຖະກິດແບບຍືນຍົງໃຫ້ກັບເຜົ່າໂອມາໃນ ສປປປ ລາວ ລວມທັງ ການສົ່ງເສີມໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດເທົ່າທຽມກັນຈາກການນຳໃຊ້ ຄວາມຮູ້ພື້ນເມືອງ ແລະ ການສະແດງອອກທາງດ້ານວັດທະນະທຳຂອງເຂົາເຈົ້າ.
ຖານຂໍ້ມູນມີໜ້າທີ່ຢູ່ 3 ຢ່າງ: ເປັນບ່ອນເກັບຂໍ້ມູນທີ່ມີເອກະລັກສະເພາະຂອງການສະແດງອອກທາງດ້ານວັດທະນະທຳ ແລະ ຄວາມຮູ້ພື້ນເມືອງ, ເປັນພື້ນຖານໃນການສ້າງຮູບແບບການຮ່ວມມືແບບແບ່ງປັນ-ຜົນ ປະໂຫຍດລະຫວ່າງຊົນເຜົ່າໂອມາ ບ້ານນານ້ຳໃນ ສປປ ລາວ ແລະ ບຸກຄົນທີ່ສາມ ແລະ ເປັນແຫຼ່ງສ້າງແຮງ ບັນດານໃຈ ສຳລັບຜູ້ສ້າງ ແລະ ນັກປະດິດສ້າງອື່ນໆ.
ວິທີການນີ້ຄົນພື້ນເມືອງ ຫຼື ຊຸມຊົນທ້ອງຖິ່ນ, ຊົນເຜົ່າ ຫຼື ກຸ່ມຊົນເຜົ່າທີ່ສົນໃຈໃນການປົກປ້ອງ ແລະ ສົ່ງເສີມຄວາມຮູ້ພື້ນເມືອງ ແລະ ການສະແດງອອກທາງດ້ານວັດທະນະທຳ ຂອງຕົນສາມາດເຮັດໄດ້.
ຍ້ອນຈຸດປະສົງອັນນີ້ ສູນສີລະປະ ແລະ ຊົນເຜົ່າວິທະຍາໃນ ສປປ ລາວ ຈິ່ງ ໄດ້ຮ່ວມມືກັບອົງການສິດທິຊັບສິນທາງປັນຍາ ທາງດ້ານວັດທະນະທຳອອກໜ້າສະໜັບສະໜູນຊຸມຊົນ ແລະ ເປັນຜູ້ຕາງໜ້າຂອງພວກເຂົາໃນການຈັດຕັ້ງປະຕິບັດວິທີ ການແກ້ໄຂນີ້. ທ່ານສາມາດຕິດຕໍ່ພວກເຂົາໄດ້ທີ່ນີ້: ipadvocates@taeclaos.org ກ່ອນ. ແລະ monicamoisin@culturalintellectualproperty.com
ຂອບເຂດຂອງຖານຂໍ້ມູນນີ້ຄືຫຍັງ?
ຖານຂໍ້ມູນນີ້ຖືກອອກແບບພາຍໃຕ້ກົດລະບຽບ 3 ຂໍ້: ອະນຸຍາດ, ອ້າງອີງ, ສິ່ງຕອບແທນ ເປັນເຄື່ອງມືພິເສດດ້ານກົດໝາຍທີ່ສ້າງຂື້ນໂດຍອົງການສິດທິຊັບສິນທາງປັນຍາທາງດ້ານວັດທະນະທຳເພື່ອແນະນຳການປະຕິບັດທີ່ດີທີ່ສຸດໃນການດຶງແຮງບັນດານໃຈຈາກມໍລະດົກວັດທະນະທຳ ແລະ ການມີສ່ວນຮ່ວມໃນການຮ່ວມມືແບບຍືນຍົງທາງດ້ານວັດທະນະທຳ ກັບ ຄົນພື້ນເມືອງ, ຊຸມຊົນທ້ອງຖິ່ນ, ຊົນເຜົ່າ ຫຼື ກຸ່ມຊົນເຜົ່າ.
ຖານຂໍ້ມູນນີ້ໄດ້ຖືກສ້າງຂື້ນມາໂດຍໄດ້ຮັບການຍິນຍອມຈາກເຜົ່າໂອມາ ບ້ານນານໍ້າ ສປປ ລາວ, ມັນໄດ້ຖືກອອກແບບ ຂື້ນມາເພື່ອອະນຸລັກວັດທະນະທຳຂອງເຜົ່າໂອມາ ໃຫ້ຄົງຢູ່ຕໍ່ໄປ ແລະ ທັງເປັນຕົວແທນ ການເຊີນຊວນທຸກພາກ ສ່ວນໃຫ້ການຮ່ວມມືໃນການເຄົາລົບກົດລະບຽບ 3 ຂໍ້ (ອະນຸຍາດ, ອ້າງອີງ ແລະ ສິ່ງຕອບແທນ).
ຖານຂໍ້ມູນນີ້ໄດ້ຖືກນຳໃຊ້ເພື່ອຮັບປະກັນວ່າຊົນເຜົ່າໂອມາ ບ້ານນານ້ຳ ມີສິດຄວບຄຸມມໍລະດົກຂອງພວກເຂົາ, ແມ່ນ ສ່ວນໜຶ່ງຂອງການສົນທະນາ ແລະ ການເຈລະຈາ, ໄດ້ຮັບການອ້າງອີງແຫຼ່ງທີ່ມາລາຍແບບເຄື່ອງນຸ່ງ ຂອງພວກເຂົາ, ແລະ ໄດ້ຮັບຜົນປະໂຫຍດ ຈາກການນຳໃຊ້ລາຍຜ້າຂອງພວກເຂົາ.
ເນື້ອໃນຂອງຖານຂໍ້ມູນສາມາດນຳໃຊ້ເຂົ້າໃນໂຄງການອື່ນໆໄດ້ແນວໃດ?
ການນຳໃຊ້ເນື້ອໃນຂອງຖານຂໍ້ມູນຕ້ອງດຳເນີນດ້ວຍວິທີທີ່ລະອຽດອ່ອນທາງດ້ານວັດທະນະທຳ ແລະ ມີຄວາມຮັບຜິດຊອບໂດຍອີງຕາມກົດລະບຽບ 3 ຂໍ້ ຄື: ອະນຸຍາດ, ອ້າງອີງ, ສິ່ງຕອບແທນ.
ນອກເໜືອຈາກຂໍ້ມູນມາດຕະຖານລວມທັງຮູບແບບການກຳນົດທີ່ເປັນເອກະລັກສະເພາະຂອງເນື້ອໃນ ແຕ່ລະພາກສ່ວນ, ເນື້ອໃນທັງໝົດຈະຖືກຕິດປ້າຍອະທິບາຍ ຄວາມຮູ້ພື້ນເມືອງໃສ່ ທີ່ກ່ຽວຂ້ອງກັບການລະບຸແຫຼ່ງທີ່ມາຂອງເຈົ້າຂອງວັດທະນະທຳ, ຄວາມອ່ອນໄຫວທາງວັດທະນະທຳ ຫຼື ການຊີ້ບອກຂອງ ຫຼາຍຊຸມຊົນທີ່ມີຄວາມຮັບຜິດ ຊອບສະເພາະໃນການດູແລຮັກສາປະເພດຂອງມໍລະດົກວັດທະນະທຳ.
ສູນສີລະປະ ແລະ ຊົນເຜົ່າວິທະຍາເຮັດໜ້າທີ່ເປັນຕົວແທນທີ່ເຊື່ອຖືໄດ້ຂອງຊົນເຜົ່າໂອມາ, ບ້ານນານ້ຳໃນ ສປປ ລາວ, ເປັນຈຸດຕິດຕໍ່ເພື່ອຂໍຮັບການອະນຸຍາດໃນການນຳໃຊ້ເນື້ອໃນຂອງຖານຂໍ້ມູນ ແລະ ລິເລີ່ມການ ຮ່ວມມືກັບຊົນເຜົ່າໂອມາ ໃນ ສປປ ລາວ.
ປ້າຍອະທິບາຍຄວາມຮູ້ພື້ນເມືອງແມ່ນຫຍັງ?
ປ້າຍອະທິບາຍຄວາມຮູ້ພື້ນເມືອງແມ່ນເຄື່ອງມືພິເສດທາງດ້ານກົດໝາຍທີ່ພັດທະນາໂດຍ ອົງກອນ ໂລໂຄຄອນແທັກ ໂດຍໃຫ້ຊຸມຊົນພື້ນເມືອງສາມາດເພີ່ມພິທີການຕ່າງໆທີ່ມີຢູ່ໃນທ້ອງຖິ່ນ ເພື່ອໃຫ້ເຂົ້າເຖິງ, ນຳໃຊ້ ແລະ ບັນທຶກເຂົ້າໃນມໍລະດົກວັດທະນະທຳທີ່ເປັນການເຜີຍແຜ່ ທາງດ້ານລະບົບຄອມພີວເຕີຢູ່ພາຍນອກຊຸມຊົນເຊັ່ນ: ບ່ອນເກັບຂໍ້ມູນຂອງຫ້ອງວາງສະແດງ, ຫໍສະມຸດ, ສະຖານທີ່ເກັບເອກະສານສຳຄັນ ແລະ ຫໍພິພິທະພັນ.