ເງື່ອນໄຂການນຳໃຊ້

ຖານຂໍ້ມູນທາງດ້ານລະບົບຄອມພີວເຕີ ການອອກແບບ ລາຍຜ້າດັ້ງເດີມຂອງຊົນເຜົ່າໂອມາ.

ການເຂົ້າເຖິງຖານຂໍ້ມູນທາງດ້ານລະບົບຄອມພີວເຕີການອອກແບບລາຍຜ້າດັ້ງເດີມຂອງເຜົ່າໂອມາ (ຖານຂໍ້ມູນ), ຜູ້ຊົມໃຊ້ໄດ້ຕົກລົງເຫັນດີຕາມເງື່ອນໄຂການນຳໃຊ້ເຫຼົ່ານີ້ທຸກຢ່າງ.

"ຖານຂໍ້ມູນທາງດ້ານລະບົບຄອມພີວເຕີ ການອອກແບບລາຍຜ້າດັ້ງເດີມຂອງຊົນເຜົ່າ ໂອມາ" ຫຼື "ຖານຂໍ້ມູນ" ໝາຍເຖິງການເກັບຮູບພາບທີ່ເຫັນຢູ່ຕາມເຄື່ອງນຸ່ງເຊິ່ງເປັນມໍລະດົກທາງດ້ານວັດທະນະທຳຂອງເຜົ່າໂອມາ ບ້ານນານ້ຳ, ສປປ ລາວ ແລະ ຄວາມຮູ້ທີ່ກ່ຽວຂ້ອງກັບວິທີການໃນການຜະລິດເຄື່ອງນຸ່ງ, ຂອບເຂດ ແລະ ການນຳໃຊ້ຂອງເຄື່ອງນຸ່ງແຕ່ລະຜືນ, ສັນຍາລັກ, ຄວາມສຳຄັນທີ່ກ່ຽວຂ້ອງກັບລາຍຜ້າ ປາກົດຢູ່ຕາມເຄື່ອງນຸ່ງຂອງເຜົ່າໂອມາ. ຄວາມຮູ້ນີ້ໄດ້ຖືກຖ່າຍທອດໂດຍປະຊາຊົນເຜົ່າໂອມາ ຈາກຫຼຸ້ນສູ່ຫຼຸ້ນ ແລະ ບໍ່ໄດ້ ບັນທຶກໄວ້ເປັນເອກະສານໃນລະບົບຄອມພີວເຕີມາກ່ອນ. ການລວບລວມຂໍ້ມູນທັງໝົດໃສ່ຖານຂໍ້ມູນນີ້ ເປັນສ່ວນໜຶ່ງຂອງ “ການປົກປ້ອງສິດທິຊັບສິນທາງປັນຍາຂອງຊົນເຜົ່າໂອມາ ໃນ ສປປ ລາວ - ຖານຂໍ້ມູນທາງດ້ານລະບົບຄອມພີວເຕີການອອກແບບລາຍຜ້າດັ້ງເດີມ”.

"ແບບ ຫຼື ແມ່ແບບ" ໝາຍເຖິງໂຄງສ້າງເດີມຂອງຖານຂໍ້ມູນເຊິ່ງປະກອບມີສອງໜ້າເປັນຂໍ້ມູນສໍາລັບສາທາລະນະ ແລະ ອີກ 4 ໜ້າເປັນຂໍ້ມູນສ່ວນຕົວ. ສູນສີລະປະ ແລະ ຊົນເຜົ່າວິທະຍາສາມາດອະນຸຍາດໃຫ້ກັບຄົນ ພື້ນເມືອງ ແລະ ບັນດາຊົນເຜົ່າຕ່າງໆໃນ ສປປ ລາວ ທີ່ສົນໃຈໃນການປົກປ້ອງ ແລະ ສົ່ງເສີມຄວາມຮູ້ພື້ນ ເມືອງ ແລະ ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳ ຂອງເຂົາເຈົ້າໃຊ້ແມ່ແບບນີ້ໄດ້ (ສຳລັບລາຍລະອຽດກ່ຽວກັບວິທີການອະນຸຍາດໃນການໃຊ້ແມ່ແບບ ແລະ ຂັ້ນຕອນການສ້າງຖານຂໍ້ມູນສ່ວນຕົວນັ້ນ ໃຫ້ເບິ່ງໃນຖານຂໍ້ມູນແມ່ແບບລຸ່ມນີ້).

"ຜູ້ຊົມໃຊ້" ໝາຍເຖິງບຸກຄົນໃດໜຶ່ງທີ່ເຂົ້າເຖິງຖານຂໍ້ມູນ.