ແບບ ຫຼື ແມ່ແບບ
ການຮ້ອງຂໍໃຊ້ແມ່ແບບຖານຂໍ້ມູນ
ສູນສີລະປະ ແລະ ຊົນເຜົ່າວິທະຍາ ສາມາດອະນຸຍາດໃຫ້ຄົນພື້ນເມືອງ ແລະ ບັນດາຊົນເຜົ່າຕ່າງໆໃນ ສປປ ລາວ ທີ່ສົນໃຈໃນການປົກປ້ອງ ແລະ ສົ່ງເສີມຄວາມຮູ້ພື້ນເມືອງ, ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳຂອງຕົນ ຫຼື ກຸ່ມຜູ້ສະໜັບສະໜູນ, ຫຼື ອົງກອນທີ່ເຮັດວຽກກັບຊຸມຊົນທີ່ມີຄວາມພະຍາຍາມແບບດຽວກັນໃຊ້ແບບຖານຂໍ້ມູນນີ້ ໂດຍບໍ່ເສຍຄ່າ ແລະ ໃຊ້ໄດ້ຕາມຄວາມຕ້ອງການໂດຍບໍ່ຈໍາກັດ. ສໍາລັບກຸ່ມຜູ້ສະໜັບສະໜູນ ແລະ ອົງກອນທີ່ເຮັດວຽກກັບຊຸມຊົນຈໍາເປັນຕ້ອງມີຕົວແທນຈາກຊຸມຊົນທີ່ຖືກຕ້ອງຕາມກົດໝາຍຢ່າງຄັກແນ່. ອົງການສິດທິຊັບສິນທາງປັນຍາທາງດ້ານວັດທະນະທຳ® ຮ່ວມກັບ ສູນສີລະປະ ແລະ ຊົນເຜົ່າວິທະຍາຈະເປັນຜູ້ອໍານວຍຄວາມສະດວກໃນການດໍາເນີນການໃຫ້ແຕ່ລະກໍລະນີ (ແຕ່ລະລາຍ).
ການສ້າງຖານຂໍ້ມູນແບບດຽວກັນກັບຖານຂໍ້ມູນຂອງເຜົ່າໂອມານີ້ ມັນຮຽກຮ້ອງໃຫ້ມີທີມງານທີ່ມີ ທັງນັກກົດໝາຍ, ນັກຊ່ຽວຊານດ້ານຜ້າແພ ແລະ ນັກຊ່ຽວຊານດ້ານຄອມພິວເຕີ. ກ່ອນຈະສ້າງຖານຂໍ້ມູນຈະຕ້ອງມີການແຈ້ງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຮູ້. ຂັ້ນຕອນນີ້ເປັນຂະບວນການທີ່ຕ້ອງມີຄວາມຍິນຍອມເຫັນດີໂດຍ ອິດສະຫຼະ ແລະ ໄດ້ບອກແຈ້ງລ່ວງໜ້າ.
ສູນສີລະປະ ແລະ ຊົນເຜົ່າວິທະຍາຮ່ວມມືກັບ ອົງການສິດທິຊັບສິນທາງປັນຍາດ້ານວັດທະນາທໍາ® ມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຊຸມຊົນ ແລະ ຕົວແທນຂອງເຂົາເຈົ້າໃນການດໍາເນີນການເພື່ອແກ້ໄຂບັນຫານີ້ຢ່າງຈິງຈັງ.
ຖ້າທ່ານໃດສົນໃຈໃນການລິເລີ່ມຂະບວນການນີ້ໃນຊຸມຊົນຂອງທ່ານ ກະລຸນາຕື່ມແບບຟອມລຸ່ມນີ້