ການເຂົ້າເຖິງຂໍ້ມູນ
ການຮ້ອງຂໍໃຊ້ຂໍ້ມູນໃນຖານຂໍ້ມູນ
ສູນສີລະປະ ແລະ ຊົນເຜົ່າວິທະຍາ ເປັນຕົວແທນໃນການຄວບຄຸມການເຂົ້າເຖິງຂໍ້ມູນໃຫ້ແກ່ເຜົ່າໂອມາບ້ານ ນານໍ້າ, ສປປ ລາວ ທີ່ຖືກຕ້ອງຕາມກົດໝາຍ.
ສູນສີລະປະ ແລະ ຊົນເຜົ່າວິທະຍາສາມາດໃຫ້ສິດການເຂົ້າເຖິງຂໍ້ມູນເປັນລາຍບຸກຄົນ ຫຼື ເປັນໝູ່ຄະນະ (ກຸ່ມຄົນທີ່ມາຈາກສະຖາບັນການສຶກສາ ແລະ ອົງການຕ່າງໆ) ທີ່ມີຄວາມສົນໃຈ ຢາກໄດ້ຂໍ້ມູນນັ້ນເພື່ອຈຸດປະສົງ ສໍາລັບການຄ້າ ຫຼື ການສຶກສາກໍ່ຕາມ ຕ້ອງໄດ້ປະສານງານ ຂໍຄວາມຮ່ວມມືຈາກເຜົ່າໂອມາ ບ້ານນານໍ້າ, ສປປ ລາວ ໂດຍຜ່ານສູນສີລະປະ ແລະ ຊົນເຜົ່າວິທະຍາ. ສູນສີລະປະ ແລະ ຊົນເຜົ່າວິທະຍາຈະເປັນຜູ້ນໍາເອົາຄໍາຮ້ອງຂໍ ນັ້ນແຈ້ງໃຫ້ ເຜົ່າໂອມາບ້ານນານໍ້າຮັບຊາບພາຍຫຼັງທີ່ໄດ້ຍື່ນໃບຮ້ອງຂໍ ແລະ ຈະພິຈາລະນາໃຫ້ສິດການເຂົ້າເຖິງ ຂໍ້ມູນເປັນແຕ່ລະກໍລະນີ (ແຕ່ລະລາຍ).
ຍື່ນຄວາມສົນໃຈຂອງທ່ານດ້ວຍການຕື່ມແບບຟອມນີ້.